ສະໂມສອນ ດອກປີກໄກ່ ແລັບດອກ ຫຼື Labdork ຈະສົ່ງນັກກິລາທັງເຍົາວະຊົນ-ຊາວໜຸ່ມ ເກືອບ 60 ຄົນ ພ້ອມຕັ້ງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ 8 ຫຼຽນຄຳ ເພື່ອຮັບປະກັນໃນການປ້ອງກັນແຊ໋ມ ໃນການແຂ່ງຂັນກິລາ ດອກປີກໄກ່ ທົ່ວປະເທດ ລາຍການທີ່ເກົ່າແກ່ ແລະ ຍິ່ງໃຫຍ່ທີ່ສຸດໃນ ສປປ ລາວ ລາຍການ ເບຍລາວ ແຊ໋ມປ້ຽນຊິບ 2024 ຫຼື “BeerLao Badminton Championship 2024” ສະໄໝທີ 2.
ທ່ານ ດາວເພັດ ສີຣິແສງ ຫົວໜ້າຄູຝຶກສະໂມສອນ ດອກປີກໄກ່ ແລັບດອກ ໃຫ້ສຳພາດໃນຕອນເຊົ້າວັນທີ 21 ສິງຫາ 2024 ວ່າ: ທີ່ຈິງແລ້ວ ສະໂມສອນ ແລັບດອກ ໄດ້ມີການຝຶກຊ້ອມນັກກິລາຢ່າງເປັນປົກກະຕິມາແຕ່ຕົ້ນປີ 2024 ເປັນຕົ້ນມາ ໂດຍລວມແລ້ວກໍມີຄວາມເຕັມຮ້ອຍທີ່ຈະເຂົ້າຮ່ວມແຂ່ງຂັນໃນລາຍການດັ່ງກ່າວ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 22-25 ສິງຫາ 2024 ທີ່ສະໂມສອນດອກປີກໄກ່ເສດຖາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍພວກເຮົາຈະສົ່ງນັກກິລາເຂົ້າຮ່ວມທັງໝົດເກືອບ 60 ຄົນ ຈາກ 13 ລາຍການ ປີນີ້ ຖືວ່າເປັນປີທີ່ໃຫຍ່ອີກປີໜຶ່ງ ພວກເຮົາສົ່ງນັກກິລາຫຼາຍກວ່າປີຜ່ານມາ ເກືອບ 2 ເທົ່າ ແລະ ໃນການເຂົ້າຮ່ວມງານດັ່ງກ່າວ ພວກເຮົາກໍມີເປົ້າໝາຍໃນການປ້ອງກັນແຊ໋ມໃຫ້ໄດ້ສະໄໝທີສອງ ໂດຍວາງຄາດໝາຍຈະສູ້ຊົນໃຫ້ໄດ້ 8 ຫຼຽນຄຳ, ໃນນີ້ ກໍມີຄວາມຫວັງທີ່ຮຸ່ນທົ່ວໄປ ເພາະນັກກິລາຂອງສະໂມສອນພວກເຮົາສ່ວນໃຫຍ່ແມ່ນຕິດທີມຊາດຈຳນວນຫຼາຍ ສ່ວນນັກກິລາເຍົາວະຊົນອີກຈຳນວນໜຶ່ງກໍມີຄວາມຫວັງ. ແນວໃດກໍດີ, ສຳລັບຄູ່ແຂ່ງຂັນ ຄືຮູ້ກັນແລ້ວວ່າທຸກໆປີ ມັນກໍຍາກແຕກຕ່າງກັນໄປ ເພາະທຸກໆສະໂມສອນໃນທົ່ວປະເທດໄດ້ມີການຝຶກຊ້ອມຢ່າງເອົາຈິງເອົາຈັງ ແລະ ມີການກຽມຕົວມາດີ ເພື່ອເປົ້າໝາຍແຊ໋ມ ການເປັນແຊ໋ມມັນຍາກແລ້ວ ແຕ່ການປ້ອງກັນແຊ໋ມຍິ່ງຍາກກວ່າຫຼາຍ ແຕ່ພວກເຮົາກໍຈະພະຍາຍາມສູ້ໃຫ້ເຕັມທີ່.
ສຳລັບຮຸ່ນທີ່ພວກເຮົາບໍ່ເຄີຍສົ່ງມາກ່ອນ ກໍໜ້າຈະແມ່ນຮຸ່ນອາຍຸ 35 ປີ ເພາະພວກເຮົາບໍ່ໄດ້ເນັ້ນການພັດທະນານັກກິລາໃນຮຸ່ນນີ້ ໂດຍສ່ວນໃຫຍ່ຈະມີແຕ່ນັກກິລາຮຸ່ນສະໝັກຫຼິ້ນ ຄືຮູ້ກັນແລ້ວວ່າ ສະໂມສອນພວກເຮົາກໍ່ຕັ້ງຂຶ້ນມາ ກໍມີຄວາມມຸ້ງຫວັງຢາກຈະພັດທະນາກິລາດອກປີກໄກ່ລາວ ໃຫ້ກ້າວເປັນອາຊີບ ເລີ່ມຈາກຕົວຂ້າພະເຈົ້າເອງກໍເປັນນັກກິລາມາໃນສົກສະໄໝນັ້ນ ມາຮອດປັດຈຸບັນນີ້ ກໍຍັງບໍ່ສາມາດຫັນປ່ຽນເປັນອາຊີບໄດ້ເທື່ອແຕ່ໃນອະນາຄົດອັນໃກ້ນີ້ ພວກເຮົາກໍກຳລັງພັດທະນາ ໂດຍໄດ້ຂຽນນະໂຍບາຍຕ່າງໆເພື່ອຈະສະເໜີຫາສະຫະພັນເພື່ອຈະມາປັບປ່ຽນພັດທະນາວົງການກິລານີ້ໃຫ້ມາເປັນອາຊີບໄດ້.
ນອກຈາກການແຂ່ງຂັນລາຍການເບຍລາວ ແຊ໋ມປ້ຽນຊິບນີ້ແລ້ວ ສະໂມສອນພວກເຮົາກໍຍັງມີເປົ້າໝາຍຈະເຂົ້າຮ່ວມແຂ່ງຂັນງານກິລານັກຮຽນທົ່ວປະເທດ ຊຶ່ງຈະໄດ້ຕາງໜ້າຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມງານດັ່ງກ່າວ. ຂະນະທີ່ໃນປີໜ້າ ກໍຍັງຈະມີງານແຂ່ງຂັນລາຍການລະດັບອາຊີບຫຼາຍຂຶ້ນ ຊຶ່ງທາງສະໂມສອນພວກເຮົາຈະສະໜັບສະໜູນນັກກິລາຢ່າງເຕັມທີ່ເພື່ອໃຫ້ໄດ້ເຂົ້າຮ່ວມງານຕ່າງໆ ເພື່ອສ້າງໂອກາດໃຫ້ເຂົາເຈົ້າໄດ້ສະສົມຄະແນນ ເພື່ອລຸ້ນໃນການເຂົ້າຮ່ວມງານກິລາໂອແລມປິກ ເກມ ທີ່ສະຫະລັດອາເມຣິກາ ເປັນເຈົ້າພາບ ໃນອີກ 4 ປີຂ້າງໜ້າ.
ສຸດທ້າຍຂໍຝາກສະແດງຄວາມຂອບໃຈມາຍັງບັນດາພາກສ່ວນທີ່ໃຫ້ການສະໜັບສະໜູນ ໂດຍສະເພາະບໍລິສັດ ເຄບີແອວລາວ ອິນເຕີເນເຊິນນອນ ຄອນຊາວຕິ້ງ ເຊີວິດ ຫຼື ທີ່ປຶກສາເລື່ອງການເງິນສາກົນ, ບໍລິສັດ ຈະເລີນຊັບ ພັດທະນາກໍ່ສ້າງ ແລະ ຂົວທາງ ຈຳກັດຜູ້ດຽວ, ເຄດີດີ ຊາເລັກ ແລະ ສະໂມສອນ ດອກປີກໄກ່ ເຊດຖາ ແລະ ຂໍຝາກເຖິງນັກກິລາ ຕະຫຼອດຮອດຜູ້ຊົມ-ເຊຍ ຈາກທຸກພາກສ່ວນເຂົ້າມາຮ່ວມຊົມ-ເຊຍ ວ່າກິລາດອກປີກໄກ່ ໄດ້ມີການພັດທະນາຮອດໃສແລ້ວ ສ່ວນນັກກິລາຂອງສະໂມສອນພວກເຮົາກໍຈົ່ງພ້ອມກັນເຮັດໃຫ້ເຕັມທີ່ຈົດຈໍເຂົ້າໃນການແຂ່ງຂັນ ເພື່ອສ້າງຜົນງານໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.
ຂ່າວ-ພາບໂດຍ: ສົງການ ພັນແພງດີ