ວັນທີ 14 ຕຸລາ 2024 ນີ້; ແຂວງເຊກອງໄດ້ຈັດພິທີປະກາດການຍົກຍ້າຍ,ແຕ່ງຕັ້ງພະນັກງານນຳພາ ແລະ ຄຸ້ມຄອງ ຂື້ນຢ່າງເປັນທາງການ ທີ່ສະໂມສອນຂອງຫ້ອງວາການປົກຄອງແຂວງ ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງເຈົ້າແຂວງໆເຊກອງ, ມີຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານລັດຖະກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີທ່ານ ນາງ ເພັດດາວອນ ວາດສະຫງ່າ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການອະນຸມັດແຕ່ງຕັ້ງພະນັກງານລັດຖະກອນຍົກຍ້າຍໄປປະຈຳການບ່ອນໃໝ່; ເຊິ່ງມີ 4 ພາກສ່ວນຄື: ສະຫະພັນນັກລົບເກົ່າ, ສະຫະພັນແມ່ຍິງ, ສະພາປະຊາຊົນແຂວງ ແລະ ລັດວິສາຫະກິດນໍ້າປະປາແຂວງ; ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 21, 22, 23, 52, ແລະ 53 /ຈຂ,ຊກ ມີລາຍລະອຽດດັ່ງນີ້; ໄດ້ຕົກລົງແຕ່ງຕັ້ງທ່ານ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ເປັນປະທານສະຫະພັນນັກລົບເກົ່າແຂວງ, ທ່ານ ພົງສະຫວັດ ສິງຫາລາດ ສະມາຊິກປະຊາຊົນແຂວງ ໄປປະຈຳການຢູ່ອົງການປົກຄອງເມືອງທ່າແຕງ, , ທ່ານ ອິນພອນຮັກ ພັດສະຟອງ ເປັນອຳນວຍການລັດວິສາຫະກິດນໍ້າປະປາແຂວງ, ທ່ານ ນາງ ບົວລະພັນ ວົງເສດຖາ ເປັນຮອງປະທານສະຫະພັນແມ່ຍິງແຂວງ.
ໂອກາດນີ້ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງໄດ້ມີຄຳເຫັນໂອ້ລົມ; ໂດຍທ່ານໄດ້ເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບໃນການແຕ່ງຕັ້ງໃນຄັ້ງນີ້ຕ້ອງໄດ້ສຸມໃສ່ໃນການນໍາພາ-ຊີ້ນໍາ, ສຸມໃສ່ໃນດ້ານການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ແກ່ຖັນແຖວພະນັກງານ-ລັດຖະກອນມີຄວາມອຸ່ນອ່ຽງທຸ່ນທ່ຽງໃນການປະຕິບັດໜ້າທີ່ວຽກງານການເມືອງ, ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ພ້ອມທັງໃຫ້ເອົາໃຈໃສ່ຕິດຕາມກວດກາວຽກງານຕ່າງໆທີ່ຂັ້ນເທິງກໍຄື ພັກ-ລັດ ມອບໝາຍໃຫ້ຢ່າງມີປະສິດທິພາບ ແລະປະສິດທິຜົນດີຂຶ້ນເລື້ອຍໆ.