ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IX ໜ່ວຍພັກຫ້ອງການ ພະແນກສຶກສາທິການ ແລະ ກິລາແຂວງເຊກອງ (ໜ່ວຍທີ I) ໄຂຂຶ້ນໃນວັນທີ 20 ກັນຍາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ຄຳໄພ ສິມມາວັດ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີສະຫາຍ ນາງ ເພັດດາວອນ ວາດສະຫງ່າ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ບັນດາສະຫາຍໃນຄະນະພັກຮາກຖານ, ຄະນະໜ່ວຍພັກ, ຂະແໜງການກ່ຽວຂ້ອງ ແລະ ສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມ.
ສະຫາຍ ມະໄລເພັດ ມາດມະນີວົງ ເລຂາໜ່ວຍພັກຫ້ອງການ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານວ່າ: ໜ່ວຍພັກຫ້ອງການ ແມ່ນໜ່ວຍພັກໜຶ່ງທີ່ຂຶ້ນກັບການນໍາພາ-ຊີ້ນໍາ ຂອງຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງ, ມີ 3 ຂະແໜງທີ່ຂຶ້ນກັບ ຄື: ຂະແໜງບໍລິຫານ-ການເງິນ, ຂະແໜງພັດທະນາຄູ ແລະ ຂະແໜງຈັດຕັ້ງ-ພະນັກງານ, ມີຄະນະໜ່ວຍພັກ 3 ສະຫາຍ, ຍິງ 1 ສະຫາຍ, ມີສະມາຊິກພັກທັງໝົດ 23 ສະຫາຍ, ຍິງ 7 ສະຫາຍ ໄດ້ແບ່ງເປັນ 3 ຈຸດໍາເນີນຊີວິດການເມືອງ. ໃນໄລຍະຜ່ານມາ, ຄະນະໜ່ວຍພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຮັບຮູ້-ເຂົ້າໃຈ ແລະ ກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ກໍຄືແຜນພັດວຽກງານການສຶກສາຂອງລັດວາງອອກແຕ່ລະໄລຍະ; ເອົາໃຈໃສ່ປັບປຸງການຈັດຕັ້ງ, ແບບແຜນນໍາພາ-ວິທີເຮັດວຽກຂອງພັກ-ລັດໃຫ້ເຂັ້ມແຂງ, ເຮັດໜ້າທີ່ເປັນເສນາທິການໃຫ້ຄະນະພັກ, ຄະນະພະແນກ ໃນການສ້າງແຜນກຳນົດພະນັກງານ, ເລືອກເຟັ້ນ ແລະ ບັນຈຸຊັບຊ້ອນພະນັກງານໃສ່ຕຳແໜ່ງງານຕ່າງໆຂອງລັດຢ່າງເໝາະສົມ ແລະ ສອດກັບນິຕິກໍາຕ່າງໆ ທີ່ຂັ້ນເທິງວາງອອກ; ເອົາໃຈໃສ່ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການຂະຫຍາຍພັກ ແລະ ກໍ່ສ້າງພະນັກງານ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນໄລຍະໃໝ່. ໃນນີ້, ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 8 ສະຫາຍ, ຍິງ 4 ສະຫາຍ, ເລື່ອນສະມາຊິກພັກສະໄໝສຳຮອງຂຶ້ນສົມບູນ 6 ສະຫາຍ, ຍິງ 3 ສະຫາຍ, ຈັດສົ່ງພະນັກງານໄປຍົກລະດັບດ້ານທິດສະດີ, ຍົກລະດັບວິຊາສະເພາະຊັ້ນປະລິນຍາໂທ, ປະລິນຍາຕີ, ຝຶກອົບຮົມໄລຍະສັ້ນ ແລະ ປະຕິບັດນະໂຍບາຍອື່ນໆຢ່າງເໝາະສົມ.
ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກຊຸດເກົ່າ (ຊຸດທີ VIII), ພ້ອມທັງ ດໍາເນີນການປ່ອນບັດຄັດເລືອກຄະນະໜ່ວຍພັກຊຸດໃໝ່ (ຊຸດທີ IX) ຈໍານວນ 3 ສະຫາຍ ແລະ ກອງປະຊຸມເຫັນດີເລືອກເອົາສະຫາຍ ນາງ ອາລິກອນ ໄຊມູນຄຳ ເປັນເລຂາ, ສະຫາຍ ພູວິນ ສຸວັນນີ ເປັນຮອງເລຂາ ແລະ ສະຫາຍ ສຸກວິໄຊ ພູລະອຽດ ເປັນປະທານກວດກາ.
ໂອກາດນີ້, ສະຫາຍ ຄຳໄພ ສິມມາວັດ ໄດ້ມີຄຳເຫັນໂອລົມ ແລະ ຊີ້ນໍາໃຫ້ຄະນະໜ່ວຍພັກຊຸດໃໝ່ ພ້ອມສະມາຊິກພັກ ທຸກສະຫາຍພາຍໃນໜ່ວຍພັກຫ້ອງການ ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ກໍາແໜ້ນບັນດາສະຕິຄໍາສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ; ສືບຕໍເສີມຂະຫຍາຍຜົນງານດ້ານດີ, ແກ້ໄຂດ້ານອ່ອນ-ຂໍ້ຕົງຄ້າງ, ປັບປຸງແບບແຜນວິທີເຮັດວຽກ, ຂະຫຍາຍພັກໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ; ກໍ່ສ້າງໜ່ວຍພັກໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ທາງດ້ານການເມືອງ, ການຈັດຕັ້ງ ແລະ ແບບແຜນການນໍາພາ; ຄະນະໜ່ວຍພັກຕ້ອງເປັນແບບຢ່ານໍາໜ້າໃຫ້ສະມາຊິກພັກ, ມະຫາຊົນ ແລະ ນໍາພາ-ຊີ້ນໍາປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນ ຕິດພັນກັບວຽກງານວິຊາສະເພາະໃຫ້ສໍາເລັດຕາມຄາດໝາຍແຜນການທີ່ວາງໄວ້.